26/10/2026
🚗 ດ້ວຍຄວາມຫ່ວງໃຍຈາກ TCGO! ມື້ນີ້ເຮົາມາແບ່ງປັນ "ຄວາມຮູ້ກ່ຽວກັບການໃຊ້ລົດ" ເພື່ອໃຫ້ທຸກຄົນຂັບຂີ່ປອດໄພໃນທຸກການເດີນທາງ 🛡️✨
ອຸບັດເຫດປ້ອງກັນໄດ້ ພຽງແຕ່ເຮົາໃສ່ໃຈ ແລະ ປະຕິບັດຕາມ 6 ຂໍ້ແນະນຳງ່າຍໆ ດັ່ງນີ້:
1️⃣ ກວດເຊັກລົດກ່ອນອອກເດີນທາງ: ຢ່າລືມກວດເຊັກລະບົບເບກ, ຢາງລົດ, ໄຟສ່ອງສະຫວ່າງ ແລະ ລະດັບນໍ້າມັນໃຫ້ພ້ອມໃຊ້ງານຢູ່ສະເໝີ.
2️⃣ ຂັບຕາມກົດຈາລະຈອນ: ເຄົາລົບກົດ ແລະ ໄຟຈາລະຈອນ, ສັງເກດປ້າຍຈາລະຈອນ ແລະ ຈຳກັດຄວາມໄວຕາມທີ່ກຳນົດໄວ້ຢ່າງເຄັ່ງຄັດ.
3️⃣ ຮັກສາໄລຍະຫ່າງ: ຄວນຮັກສາໄລຍະຫ່າງຈາກລົດຄັນໜ້າຢ່າງໜ້ອຍ 5-6 ແມັດ ເພື່ອໃຫ້ສາມາດຢຽບເບກໄດ້ທັນເວລາເມື່ອເກີດເຫດສຸກເສີນ.
4️⃣ ບໍ່ໃຊ້ມືຖືຕອນຂັບລົດ: ງົດຫຼິ້ນ ຫຼື ໃຊ້ໂທລະສັບມືຖືຂະນະທີ່ກຳລັງຂັບຂີ່ ເພື່ອບໍ່ໃຫ້ເກີດຄວາມປະໝາດ.
5️⃣ ຫຼີກລ້ຽງການຂັບລົດຂະນະເມື່ອຍລ້າ: ຖ້າຮູ້ສຶກງ້ວງ ຫຼື ອ່ອນເພຍ ຄວນຈອດລົດພັກຜ່ອນດື່ມກາເຟໃຫ້ສົດຊື່ນກ່ອນແລ້ວຄ່ອຍໄປຕໍ່.
6️⃣ ຄາດເຂັມຂັດເພື່ອຄວາມປອດໄພ: ທັງຜູ້ຂັບຂີ່ ແລະ ຜູ້ໂດຍສານທຸກຄົນ ຕ້ອງຄາດເຂັມຂັດນິລະໄພຕະຫຼອດການເດີນທາງ.
ກ່ອນອອກເດີນທາງໄກ ຖ້າຕ້ອງການກວດເຊັກສະພາບລົດໃຫ້ໝັ້ນໃຈ 100% ໃຫ້ນຳລົດຂອງທ່ານເຂົ້າມາທີ່ ສູນບໍລິການ TCGO ເຮົາພ້ອມເບິ່ງແຍງ! 🛠️
----------------
ຂໍ້ມູນເພີ່ມເຕີມໄດ້ທີ່:
📞030 5839 117
📪http://wa.me/8562057053003
🗺ແຜນທີ່ https://goo.gl/maps/iQgaqZ66cC4Xnnah7
ສາຂາ ຈອມແຈ້ງ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ
#ບໍລິການເຖິງທີ່ #ບໍລິການນອກສະຖານທີ່ #ປ່ຽນນໍ້າມັນເຄື່ອງ #ສ້ອມແປງລົດຍົນ #ສູນບໍລິການລົດ #ບຳລຸງຮັກສາລົດ #ລົດມືສອງ #ການຮັກສາລົດ