Wash time auto spa

Wash time auto spa Car care

Wash time auto spa ເລີ່ມຈາກມື້ນີ້ຈົນຮອດວັນທີ 13/04/2023 ທຸກລາຍການຍັງລາຄາເກົ່າສົ່ງທ້າຍປີເກົ່າ 📌ຕອນຮັບປີໃຫມ່ທີມງານຮ້ານ was...
10/04/2023

Wash time auto spa
ເລີ່ມຈາກມື້ນີ້ຈົນຮອດວັນທີ 13/04/2023 ທຸກລາຍການຍັງລາຄາເກົ່າສົ່ງທ້າຍປີເກົ່າ

📌ຕອນຮັບປີໃຫມ່ທີມງານຮ້ານ washtime ຂໍປັບລາຄາຂື້ນຕາມສະພາບເລດເງິນແລະຄ່າຄອງຊີບປະຈຸບັນທີ່ທຸກຄົນກໍຮູ້ກັນດີ 😅 ເພື່ອຈະໄດ້ປັບຄ່າແຮງງານໃຫ້ທີມງານອ້າຍນ້ອງ washtime ໃຫ້ມີຄວາມຢູ່ລອດຄົງກະພັນ…

ລູກຄ້າສົນໃຈລາຍການໃດສາມາດຈອງແລະມັດຈຳໄວ້ໄດ້ ສະດວກມາເຮັດມື້ໃດນັດມື້ໄດ້ເລີຍ❤️❤️❤️

ສອບຖາມລາຍລະອຽດເພິ່ມຕື່ມ : 02056365663

ເນື່ອງຈາກພະຍາດCOVID-19 ຍັງບໍ່ມີທ່າທີທີ່ຈະຢຸດການລະບາດ ພວກເຮົາ Washtime Auto Spa ຈຶ່ງຢາກສະຫນັບສະຫນຸນ ໃຫ້ຄົນລາວເຮົາໄດ້ຮັບວັ...
18/11/2021

ເນື່ອງຈາກພະຍາດCOVID-19 ຍັງບໍ່ມີທ່າທີທີ່ຈະຢຸດການລະບາດ ພວກເຮົາ Washtime Auto Spa ຈຶ່ງຢາກສະຫນັບສະຫນຸນ ໃຫ້ຄົນລາວເຮົາໄດ້ຮັບວັກສີນ ເພື່ອຍັບຍັ້ງການລະບາດຂອງ COVID-19🦠💉

💉ສຳຫລັບລູກຄ້າທ່ານໃດທີ່ໄດ້ຮັບວັກສີນຄົບໂດສແລ້ວ ພຽງແຕ່ລູກຄ້ານຳບັດສັກຢາມາສະແດງໃຫ້ກັບພະນັກງານ #ຮັບຟຣີ ທັນທີອົບໂອໂຊນຂ້າເຊື້ອ ແລະ ດັບກິ່ນເຫມັນອັບ.

💉ພິເສດ ພ້ອມສ່ວນຫລຸດ 10% ຖ້າຫາກລູກຄ້າໂທຈອງຄິວລ່ວງຫນ້າ ແລະ ຝາກລົດໄວ ແລ້ວກັບມາຮັບລົດພາຍຫລັງ (ເນື່ອງຈາກຕ້ອງໃຊ້ເວລາໃນການອົບໂອໂຊນຂ້າເຊື້ອຢ່າງຫນ້ອຍ 10ນທ ).

*** ລູກຄ້າທີ່ເຂົ້າມາໃຊ້ບໍລິການກະລຸນາໃສ່ຜ້າປິດປາກ ປິດດັງ ທຸກຄັ້ງທີ່ມາໃຊ້ບໍລິການ ເພື່ອຄວາມປອດໄພຂອງໂຕທ່ານ ແລະ ຜູ້ໃຫ້ບໍລິການ ***

ເງື່ອນໄຂ:
- ຈຳກັດ 1ຄົນ ຕໍ່ 1ສິດ ( 1 ຄົນຕໍ່ລົດ 1ຄັນ).
- ຂໍອະໄພໃນຄວາມບໍ່ສະດວກ #ງົດຮັບລູກຄ້າທີ່ຢູ່ກຸ່ມສ່ຽງທຸກກໍລະນີ.
- ສ່ວນຫລຸດບໍ່ສາມາດປ່ຽນເປັນເງິນສົດໄດ້.
- ສ່ວນຫລຸດໃຊ້ໄດ້ສະເພາະລູກຄ້າທີ່ ຈອງຄິວ ແລະ ຝາກລົດໄວ້ເທົ່ານັ້ນ.
- ໂປຣໂມຊັ້ນນີ້ເລີ່ມຕັ້ງແຕ່ວັນທີ 22 ພະຈິກ - 15 ທັນວາ 2021 ນີ້ເທົ່ານັ້ນ


🚨Notice 🚨ເພື່ອປ້ອງກັນໂຕທ່ານເອງ ທາງຮ້ານຈຶ່ງຂໍຮ້ອງໃຫ້ລູກຄ້າທຸກທ່ານບໍ່ວ່າຈະໄປໃສ່ມາໃສ່ ຈົ່ງໃສ່ຜ້າປິດປາກຢູ່ຕະຫລອດເວລາ ຫມັ່ນລ້...
19/09/2021

🚨Notice 🚨

ເພື່ອປ້ອງກັນໂຕທ່ານເອງ ທາງຮ້ານຈຶ່ງຂໍຮ້ອງໃຫ້ລູກຄ້າທຸກທ່ານບໍ່ວ່າຈະໄປໃສ່ມາໃສ່ ຈົ່ງໃສ່ຜ້າປິດປາກຢູ່ຕະຫລອດເວລາ ຫມັ່ນລ້າງມືເມື່ອມີການສຳພັດກັບວັດທຸສິ່ງຂອງ ເພື່ອເປັນການຮັກສາຄວາມປອດໄພແກ່ໂຕທ່ານເອງ, ຄົນທີ່ທ່ານຮັກ ແລະ ສັງຄົມອ້ອມຂ້າງ.

ພວກເຮົາ ແລະ ພະນັກງານທຸກຄົນ ຫວັງຢ່າງຍິ່ງວ່າທຸກທ່ານຈະປອດໄພ ຮັກສາສຸຂະພາບໃຫ້ແຂງແຮງ ແລະ ລະມັດລະວັງການໃຊ້ຊີວິດທຸກບາດກ້າວ ຂໍເປັນແຮງໃຈໃຫ້ທຸກທ່ານຜ່ານວິກິດນີ້ໄປພ້ອມກັນ. 🙏🏻

ຫມູ່ທີ່ດີ ຄືຫມູ່ທີ່ຊວນໄປລ້າງລົດ…ຟຣີ ‼️ລ້າງລົດຈັງໃດໃຫ້ຄຸ້ມ ກະຄືຊວນຫມູ່ມານຳ ໄດ້ລ້າງຟຣີ ຫລື ມາກັນ 2ຄົນຫານກັນກະໄດ້ ງ່າຍໆກະຄື...
16/09/2021

ຫມູ່ທີ່ດີ ຄືຫມູ່ທີ່ຊວນໄປລ້າງລົດ…ຟຣີ ‼️

ລ້າງລົດຈັງໃດໃຫ້ຄຸ້ມ ກະຄືຊວນຫມູ່ມານຳ ໄດ້ລ້າງຟຣີ
ຫລື ມາກັນ 2ຄົນຫານກັນກະໄດ້ ງ່າຍໆກະຄືມາ 2ຈ່າຍພຽງ1 🤣
👫 ມາແບບຜົວ-ເມຍ ມາ2 ຈ່າຍພຽງ 1
👭ມາແບບຫມູ່ຄູ່ດູໂອ ມາ 2 ກະຈ່າຍພຽງ 1

📌 ເງື່ອນໄຂງ່າຍໆ:

1. ເຫັນໂພສນີ້ແລ້ວ ກົດ LIKE ກົດ Share ພ້ອມແທັກຫມູ່ຈັກຄົນກໍໄດ້ ໃຜທີ່ຍັງບໍ່ກົດຕິດຕາມເພຈ ຢ່າລືມກົດຕິດຕາມນຳເດີ້ ☺️.
2. ໂທຈອງຄິວກ່ອນລ່ວງຫນ້າຢ່າງຫນ້ອຍ 1 ຊົ່ວໂມງ ( ຮັບຈຳນວນຈຳກັດ ເພື່ອຄວາມປອດໄພ ແລະ ບໍ່ໃຫ້ເກີດຄວາມແອອັດ )
3. ລູກຄ້າທິ່ຮັກແພງມາໃຊ້ໂປຣນີ້ຕ້ອງມີໃບຂຽວ ( ບັດສັກຢາ )
4. ສາມາດຈອງຄິວໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ *ໂປຣນີ້ສຳຫລັບລູກຄ້າທິ່ຈອງຄິວເທົ່ານັ້ນ* .
5. ສາມາດໃຊ້ໂປຣນີ້ໄດ້ ເລີ່ມວັນທີ່ 19 ກັນຍາ 2021 - 25 ກັນຍາ 2021
6. ເງື່ອນໄຂເປັນໄປຕາມຂໍ້ກຳນົດຂອງທາງຮ້ານ.

🚨 ທາງຮ້ານຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ ລົບກວນລູກຄ້າທຸກທ່ານທີ່ມາໃຊ້ບໍລິການ ກະລຸນາໃສ່ຜ້າປິດປາກ ປິດດັງ ແລະ ລ້າງມືໃສ່ເອວກໍຮໍທຸກຄັ້ງກ່ອນເຂົ້າມານັ່ງໃນຮ້ານ 🚨

ສອບຖາມຂໍມູນເພິ່ມເຕີມໂທ 020 56365663

#ງົດຮັບລູກຄ້າທີ່ຢູ່ກຸ່ມສ່ຽງ

30/08/2021

ທ່ານໃດໄປສະຖານນີ້ເຫຼົ່ານີ້ ຂໍໃຫ້ກວດສອບຕົນເອງ ແລະ ໄປກວດກາເຊື້ອດ່ວນ!
---
ເພີ່ມເຕີມກົດອ່ານຂ່າວ
https://pakaad.com/2021/08/30/26657/

27/08/2021

❌ຢ່າປ່ອຍໃຫ້ລົດຖ້າເປັນແບບນີ້ ❌
ຖ້າບໍ່ຢາກອາໄສຢູ່ກັບ bacteria 🦠 ແລະ ແມ່ພະຍາດ

ເພາະລົດເປັນສິ່ງທີ່ເຮົາໃຊ້ປະຈຳວັນ ບາງຄັ້ງອາດຈະຕ້ອງໃຊ້ເວລາຢູ່ໃນລົດເປັນເວລາດົນ ເພາະສະນັ້ນຄວນຮັກສາຄວາມສະອາດໃນລົດໃຫ້ສະອາດຕະຫລອດເວລາ ລົດສະອາດຈະຊ່ວຍໃຫ້ທ່ານຮູ້ສຶກຜ່ອນຄາຍເວລາທີ່ທ່ານຕ້ອງຂັບຂີ່ລົດເປັນເວລາດົນນານ ☺️😊

🌧🌧ເຫດຜົນທີ່ຄວນ… ລ້າງລົດໃນລະດູຝົນ🌧🌧 ໃນຊ່ວງຝົນຕົກແບບນີ້, ລູກຄ້າ Washtime auto spa ຫຼາຍໆຄົນຄົງຈະບໍ່ແຮັປປີ້ປານໃດ…   ເພາະນອກຈ...
20/07/2021

🌧🌧ເຫດຜົນທີ່ຄວນ… ລ້າງລົດໃນລະດູຝົນ🌧🌧

ໃນຊ່ວງຝົນຕົກແບບນີ້, ລູກຄ້າ Washtime auto spa ຫຼາຍໆຄົນຄົງຈະບໍ່ແຮັປປີ້ປານໃດ… ເພາະນອກຈາກເດີນທາງໄປໃສ ມາໃສລຳບາກແລ້ວ, ຍັງເຮັດໃຫ້ລົດເປື້ອນ ແລະ ສົກກະປົກງ່າຍຂື້ນ. ໃນຊ່ວງລະດູຝົນນີ້, ການບຳລຸງຮັກສາລົດກໍມີຄວາມສຳຄັນບໍ່ຕ່າງຈາກລະດູການອື່ນໆເລີຍ …

ມື້ນີ້ແອັດມິ້ນ Washtime ຈະມາບອກ PROMOTION ພິເສດ ແລະ ເຫດຜົນທີ່ດີໆ ວ່າເປັນຫຍັງພວກເຮົາຄວນລ້າງລົດໃນຊ່ວງຝົນນີ້:

1. ນ້ຳຝົນເຮັດໃຫ້ເກີດຮອຍຄາບນ້ຳຢູ່ສີລົດ ຖ້າສະສົມດົນກໍຍິ່ງເຮັດໃຫ້ເປັນຮອຍຝັງເເໜ້ນ ແລະ ຖ້າຈອດລົດຕາກເເດດດົນ ຈະເຮັດໃຫ້ການທຳຄວາມສະອາດຍາກຍິ່ງຂຶ້ນ ເຮັດໃຫ້ເກີດມີຄ່າໃຊ້ຈ່າຍຫຼາຍເພິ່ມຂື້ນ.

2. ເສດຂອງກິ່ງໄມ້ ເເລະ ໃບໄມ້ ທີ່ເກາະຕາມລົດເຮັດໃຫ້ສີຂອງລົດເກີດເປັນຮອຍດ່າງ.

3. ຄວາມຊື້ນທີ່ເກີດຈາກການຂັບລົດລຸຍຝົນເປັນເວລາດົນ ການລ້າງທຳຄວາມສະອາດ ເເລະ ເປົ່າເເຫ້ງ ຈະຊ່ວຍຫລຸດການເກີດສະໜິມ(ຂີ້ມ້ຽງ) ໄດ້.

4. ລົດທີ່ປຽກ ເຮັດໃຫ້ສິ່ງສົກກະປົກຕິດງ່າຍ ເຊັ່ນ: ຕິດຝຸ່ນລະອອງເຊິ່ງເຮັດໃຫ້ເກີດຄາບດຳ, ຫາກເປັນລົດສີຂາວ ກໍຈະເຮັດໃຫ້ສີລົດ ຫມອງໄວ.

5. ຝົນກົດອາດຈະຝັງຄາບລົງໄປໃນສີຜິວລົດ ການລ້າງທຳຄວາມສະອາດ ອາດມີຄ່າໃຊ້ຈ່າຍສູງ ເເລະ ໂອກາດຂອງການພົບເຈີກັບຝົນກົດມີຫລາຍໃນເຂດພື້ນທີ່ ທີ່ມີມົນລະຜິດຫລາຍ.

ແລະດ້ວຍຄວາມເປັນຫ່ວງຈາກທີມງານ Washtime, ມື້ນີ້ພວກເຮົາຈະມາແຈກໂປຣ !!!!!

🌧🌧 ຝົນຕົກ ລ້າງໃຫມ່ ຟຣີ ‼️ພາຍໃນ 24ຊົ່ວໂມງ 🌧🌧

**ເລິ່ມຕັ້ງແຕ່ວັນທີ 20/07/2021 - 30/08/2021

( ການເຄມປະກັນສະເພາະລ້າງສີພາຍນອກເທົ່ານັ້ນ ບໍ່ລວມພາຍໃນ )

27/06/2021

** ຂໍ້ດີຂອງການເຄືອບແວ່ນກັນຝົນ **
(ເຫມາະກັບຊ່ວງຫນ້າຝົນ ເລິ່ມຕົ້ນພຽງແຕ່ 60,000ກີບ)

1. ປ້ອງກັນນ້ຳເກາະກະຈົກລົດ, ເຊິ່ງເປັນຄຸນນະປະໂຫຍດຫຼັກທີ່ສຳຄັນ. ສິ່ງສຳຄັນເມື່ອທ່ານຕ້ອງຂັບລົດໃນຍາມຝົນດ້ວຍຄວາມໄວ45 km / h ຂື້ນໄປ, ຝົນທີ່ຕົກລົງມາຈະຈັບໂຕເປັນເມັດເມື່ອຖືກລົມພັດຈະແລ່ນໄຫຼ່ຜ່ານຫນ້າກະຈົກໄດ້ດີໂດຍທີ່ບໍ່ຕ້ອງປັດນ້ຳຝົນ ເຊິ່ງມັນຈະຊ່ວຍເພີ່ມການເບິ່ງເຫັນໃນການຂັບຂີ່ຢ່າງຈະແຈ້ງ.

2. ປ້ອງກັນຝົນກົດ ຫຼື ຄາບຂອງຫີນປູນ.

3. ປ້ອງກັນການຝັງໂຕຂອງຂະເຫມົາ, ຄວັນ, ຝຸ່ນລະອອງໜ້າກະຈົກ, ຮັກສາຄວາມຊັດເຈນ ຄວາມໃສຂອງກະຈົກ ແລະ ປອດໄພຕະຫຼອດການຂັບຂີ່.

4. ປ້ອງກັນການເກີດຝ້າມົວຂອງກະຈົກໄດ້.

ທາງຮ້ານ ແລະ ພະນັກງານຂອງພວກເຮົາໃສ່ໃຈ ແລະ ເຂັ້ມງວດໃນເລື່ອງຂອງການຮັກສາຄວາມສະອາດຢູ່ສະເຫມີ ພະນັກງານພວກເຮົາທຳຄວາມສະອາດ ສະຖານທີ...
27/06/2021

ທາງຮ້ານ ແລະ ພະນັກງານຂອງພວກເຮົາໃສ່ໃຈ ແລະ ເຂັ້ມງວດໃນເລື່ອງຂອງການຮັກສາຄວາມສະອາດຢູ່ສະເຫມີ ພະນັກງານພວກເຮົາທຳຄວາມສະອາດ ສະຖານທີ່ໃຫ້ບໍລິການທຸກມື້ ເຊົ້າ-ແລງ ແລະ ອະນາໄມອຸປະກອນເຄື່ອງໃຊ້ທຸກໆ 2ມື້.
ເພື່ອເປັນການສ້າງຄວາມຫມັ່ນໃຈໃຫ້ກັບລູກຄ້າທຸກທ່ານທີ່ມາໃຊ້ບໍລິການ, ທາງຮ້ານຂອງພວກເຮົາບໍລິການລູກຄ້າທຸກທ່ານດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈທຸກລາຍລະອຽດ. ❤️🙏🏻

ພາບກ່ອນ ແລະ ຫລັງ ຊັກເບາະລົດລູກຄ້າ 🚘💦ຫລັງຈາກໃຊ້ງານມາໄລຍະຫນຶ່ງ ເບາະຫນັງກໍຈະມີຄາບຂີ້ໄຄຕິດ ຫລັງຈາກຂັດກຳຈັດຄາບຂີ້ໄຄແລ້ວເບາະກໍ...
23/06/2021

ພາບກ່ອນ ແລະ ຫລັງ ຊັກເບາະລົດລູກຄ້າ 🚘💦
ຫລັງຈາກໃຊ້ງານມາໄລຍະຫນຶ່ງ ເບາະຫນັງກໍຈະມີຄາບຂີ້ໄຄຕິດ ຫລັງຈາກຂັດກຳຈັດຄາບຂີ້ໄຄແລ້ວເບາະກໍຈະສະອາດຂື້ນ ໃຫມ່ຂື້ນ ຫ້ອງໂດຍສານກໍສະອາດ ສະບາຍຕາ ສະບາຍໃຈເວລາຂັບຂີ່ 🚘

23/06/2021

ລ້າງຢາງຫມາກຕອຍ + ຊັກເບາະ
#ອົບໂອໂຊນ #ຂ້າເຊື້ອ

ຂອບໃຈລູກຄ້າທີ່ມາໃຊ້ບໍລິການ🙏🏻ຊັກເບາະ + ລ້າງສີດູດຝຸ່ນ + ດັບກິ່ນຂ້າເຊື້ອ🚘 ລົດຜ່ານການບຸກສະຫນາມ ມີລະອ່ອງຝຸ່ນ ຂີ້ຕົມ ແລະ ຂີ້ດິ...
14/06/2021

ຂອບໃຈລູກຄ້າທີ່ມາໃຊ້ບໍລິການ🙏🏻
ຊັກເບາະ + ລ້າງສີດູດຝຸ່ນ + ດັບກິ່ນຂ້າເຊື້ອ

🚘 ລົດຜ່ານການບຸກສະຫນາມ ມີລະອ່ອງຝຸ່ນ ຂີ້ຕົມ ແລະ ຂີ້ດິນ
**ອົບຂ້າເຊື້ອດັບກິ່ນບໍ່ເພິ່ງປະສົງດ້ວຍໂອໂຊນ ແລະ ສີດຂ້າເຊື້ອຊ່ອງແອດ້ວຍຄວາມຮ້ອນ 140ອົງສາ
**ຊັກເບາະດ້ວຍນ້ຳຢາສູດຮັກສາຫນັງ ແຖມເຄືອບເງົາເບາະ
** ລ້າງສີ ດູດຝຸ່ນ

Address

Kaisone Road
Vientiane

Opening Hours

Monday 08:00 - 18:00
Tuesday 08:00 - 18:00
Wednesday 08:00 - 18:00
Thursday 08:00 - 18:00
Friday 08:00 - 18:00
Saturday 08:00 - 18:00
Sunday 08:00 - 18:00

Telephone

+8562056365663

Website

Alerts

Be the first to know and let us send you an email when Wash time auto spa posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category