Manignom Premium Cars

Call Website

Manignom Premium Cars ບໍລິສັດ ມະນີຍົມ ໂອໂຕ ຜູ້ນຳເຂົ້າລົດຫຼູ ລຸ້ນລ່າສຸດ ທຸກລຸ້ນທຸກຍີ່ຫໍ້ ພ້ອມນັ້ນ ຍັງມີລົດໄຟຟ້າຫຼາກຫຼາຍແບຣນ
(244)

ບໍລິສັດ ມະນີຍົມ ໂອໂຕ ຜູ້ນຳເຂົ້າລົດຫຼູລຸ້ນລ່າສຸດ ທຸກຢີ່ຫໍ້ ໂທ:020 2929 2985, 5999 8666,5454 8684.

🔥 ບໍລິສັດ ມະນີນິຍົມ ໂອໂຕ ກຣຸບ (MANIGNOM AUTO GROUP) ເປີດຮັບສະໝັກພະນັກງານຫຼາຍຕຳແໜ່ງ! 🔥📣 ຕໍາແໜ່ງທີ່ເປີດຮັບມີດັ່ງນີ້:✅ ຜູ້ຈ...
12/10/2026

🔥 ບໍລິສັດ ມະນີນິຍົມ ໂອໂຕ ກຣຸບ (MANIGNOM AUTO GROUP) ເປີດຮັບສະໝັກພະນັກງານຫຼາຍຕຳແໜ່ງ! 🔥
📣 ຕໍາແໜ່ງທີ່ເປີດຮັບມີດັ່ງນີ້:
✅ ຜູ້ຈັດການພະແນກ ບໍລິການຫຼັງການຂາຍ (02 ຕໍາແໜ່ງ)
✅ ຜູ້ຈັດການພະແນກ ລູກຄ້າສໍາພັນ (02 ຕໍາແໜ່ງ)
✅ ຫົວໜ້າ ຊ່າງສ້ອມແປງ ລົດໃຫຍ່ (03 ຕໍາແໜ່ງ)
✅ ຫົວໜ້າໜ່ວຍງານ ພະແນກ ອາໄຫຼ່ (02 ຕໍາແໜ່ງ)
✅ ທີ່ປຶກສາການຂາຍ ລົດໃຫຍ່ (05 ຕໍາແໜ່ງ) – ເງິນຄອມມິດຊັ່ນສູງ! 💰
✅ Sale Admin (03 ຕໍາແໜ່ງ)
✅ ພະນັກງານ ບໍລິການຫ້ອງການ (02 ຕໍາແໜ່ງ)
✅ ທີ່ປຶກສາບໍລິການຫຼັງການຂາຍ (03 ຕໍາແໜ່ງ)
✅ ທີ່ປຶກສາຂາຍ ອາໄຫຼ່ (05 ຕໍາແໜ່ງ)
✅ ພະນັກງານ ບັນຊີ (03 ຕໍາແໜ່ງ)
✅ ຊ່າງສ້ອມແປງ (05 ຕໍາແໜ່ງ)
✅ ພະນັກງານ ລ້າງລົດ (03 ຕໍາແໜ່ງ)

🎁 ສະຫວັດດິການດີໆທີ່ທ່ານຈະໄດ້ຮັບ:
📅 ມິວັນພັກປະຈໍາປີ
🤒 ມິວັນພັກເຈັບປ່ວຍ
🏠 ມິວັນພັກກິດຈະການສ່ວນຕົວ
🛡️ ມີປະກັນສັງຄົມ
👔 ມີເຄື່ອງຢູນີຟອມ
💰 ມີເງິນບໍາເນັດ
✨ ພິເສດ: ນັກສຶກສາຈົບໃໝ່ ກໍ່ສາມາດສະໝັກໄດ້, ທາງບໍລິສັດມີທີມງານສອນວຽກໃຫ້.
📍 ສະຖານທີ່: ບ້ານ ທົ່ງຂັນຄໍາ, ນະຄອນຫຼວງວຽງຈັນ
📞 ສົນໃຈສະໝັກ: ກະລຸນາສົ່ງ CV ເຂົ້າທີ່ເບີ 📱 020 5871 6821
ຢ່າພາດໂອກາດທີ່ຈະເປັນສ່ວນໜຶ່ງຂອງທີມງານ ມະນີຍົມ ໂອໂຕ ກຣຸບ! ສະໝັກເລີຍມື້ນີ້! 🚀
#ຮັບສະໝັກງານ #ຫາງານ #ວຽກດີ #ມະນີຍົມໂອໂຕກຣຸບ #ວຽງຈັນ

🔈ດ່ວນຂ່າວດີ! ຂ່າວດ່ວນ! MANIGNOM AUTO GROUP📣ປະກາດຮັບສະໝັກພະນັກງານ📣→ ຕຳແໜ່ງ: ຜູ້ຊ່ວຍບຸກຄະລາກອນ HR Assistant ( ຈຳນວນ 1 ຕຳແໜ...
22/09/2026

🔈ດ່ວນຂ່າວດີ! ຂ່າວດ່ວນ! MANIGNOM AUTO GROUP
📣ປະກາດຮັບສະໝັກພະນັກງານ📣
→ ຕຳແໜ່ງ: ຜູ້ຊ່ວຍບຸກຄະລາກອນ HR Assistant ( ຈຳນວນ 1 ຕຳແໜ່ງ)
______________________________
🎁 ສະຫວັດດີການດີໆຈາກທາງບໍລິສັດ:
• ມີວັນພັກປະຈຳປີ / ວັນພັກເຈັບປ່ວຍ / ວັນພັກກິດທຸລະສ່ວນຕົວ
• ມີປະກັນສັງຄົມ
• ມີເຄື່ອງຢູນີຟອມ
• ມີເງິນເບ້ຍລ້ຽງອອກວຽກຕ່າງແຂວງ ແລະ ຕ່າງປະເທດ
• ມີເງິນອຸດໜູນ ເຈັບປ່ວຍ, ແຕ່ງງານ, ເກີດລູກ, ແລະ ຄອບຄົວເສຍຊີວິດ
______________________________
✨ ໂອກາດດີດີຈະໄດ້ມາເປັນສ່ວນຂອງພວກເຮົາມາຮອດແລ້ວ! ຢ່າລືມມາສະໝັກກັນຫຼາຍໆເດີ້ທຸກຄົນ ✨
ສົນໃຈສະໝັກ ສົ່ງ CV ມາໄດ້ທີ່: 📞 ໂທ / WhatsApp: 020 5234 1199
📍ຖະໜົນທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດກັບບ່ອນອອກຫວຍ
→ ເປີດບໍລິການ ວັນຈັນ - ເສົາ ເວລາ 8:30 - 17:30

✨ ເຊັນສັນຍາພັດທະນາເນື້ອທີ່ໂຮງແຮມແມ່ຂອງເກົ່າ ໃຫ້ເປັນໂຄງການຄົບວົງຈອນທັນສະໄໝ✨----------------------------- ⏱️ໃນວັນທີ 18 ສິງ...
22/08/2026

✨ ເຊັນສັນຍາພັດທະນາເນື້ອທີ່ໂຮງແຮມແມ່ຂອງເກົ່າ ໃຫ້ເປັນໂຄງການຄົບວົງຈອນທັນສະໄໝ✨
-----------------------------
⏱️ໃນວັນທີ 18 ສິງຫາ 2026, ທີ່ກະຊວງການເງິນ ໄດ້ມີພິທີເຊັນສັນຍາຊື້-ຂາຍຊັບສິນຂອງລັດ ແລະ ສັນຍາເຊົ່າ-ສຳປະທານທີ່ດິນຂອງລັດ ໃນເນື້ອທີ່ຂອງ ໂຮງແຮມແມ່ຂອງ (ເກົ່າ) ລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ບໍລິສັດ ເອັມວາຍ ກຣຸບ ຈຳກັດຜູ້ດຽວ (M.Y Group Sole Co., Ltd) ໂດຍການເຂົ້າຮ່ວມຂອງ ທ່ານ ທຳມະລົດ ຣາຊະພົນ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ສຸກສະໝອນ ສີຫາເທບ ປະທານບໍລິສັດ ເອັມວາຍ ກຣຸບ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
📝ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍຫຼັງທີ່ມີການຮັບຮອງເອົາຜົນການປະມູນ ຕາມຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2701/ກງ, ລົງວັນທີ 14 ກໍລະກົດ 2026 ວ່າດ້ວຍການຮັບຮອງເອົາຜົນການປະມູນຊື້ຊັບສົມບັດ ແລະ ປະມູນເຊົ່າ-ສໍາປະທານທີ່ດິນຂອງລັດ ເຊິ່ງກໍ່ແມ່ນບໍລິສັດ ເອັມວາຍ ກຣຸບ ເປັນຜູ້ຊະນະການປະມູນ ເພື່ອເຂົ້າພັດທະນາເນື້ອທີ່ດັ່ງກ່າວ
🏢ເຊິ່ງເນື້ອທີ່ໂຄງການ: ຕັ້ງຢູ່ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ບໍລິເວນໂຮງແຮມແມ່ຂອງເກົ່າ) ເຊິ່ງມີທີ່ດິນ 2 ຕອນ ມີເນື້ອທີ່ທັງໝົດ 8,892 ຕາແມັດ.
✨ວິໄສທັດການພັດທະນາຂອງພວກເຮົາມີແຜນທີ່ຈະຫັນປ່ຽນເນື້ອທີ່ຍຸດທະສາດແຄມຂອງນີ້ ໃຫ້ກາຍເປັນສູນລວມທຸລະກິດ ແລະ ການບໍລິການທີ່ທັນສະໄໝ ເຊິ່ງລວມມີ:
✅ໂຮງແຮມລະດັບມາດຕະຖານ,
✅ອາພາດເມັ້ນ (Apartment),
✅ຫ້ອງການໃຫ້ເຊົ່າ,
✅ຮ້ານອາຫານ ແລະ ຮ້ານຊັບພະສິນຄ້າຄົບວົງຈອນ ຫຼື ກິດຈະການອື່ນໆ.

🔥 ບໍລິສັດ ມະນີນິຍົມ ໂອໂຕ ກຣຸບ (MANIGNOM AUTO GROUP) ເປີດຮັບສະໝັກພະນັກງານຫຼາຍຕຳແໜ່ງ! 🔥ຕຳແໜ່ງທີ່ເປີດຮັບ:1. ຜູ້ຈັດການຝ່າຍ ກ...
23/07/2026

🔥 ບໍລິສັດ ມະນີນິຍົມ ໂອໂຕ ກຣຸບ (MANIGNOM AUTO GROUP) ເປີດຮັບສະໝັກພະນັກງານຫຼາຍຕຳແໜ່ງ! 🔥

ຕຳແໜ່ງທີ່ເປີດຮັບ:
1. ຜູ້ຈັດການຝ່າຍ ການຂາຍ (01 ຕຳແໜ່ງ)
2. ຜູ້ຊ່ວຍຜູ້ຈັດການພະແນກ ບໍລິການຫຼັງການຂາຍ (02 ຕຳແໜ່ງ)
3. ພະນັກງານ ບຸກຄະລາກອນ (01 ຕຳແໜ່ງ)
4. ພະນັກງານ ລູກຄ້າສຳພັນ (02 ຕຳແໜ່ງ)
5. ພະນັກງານ ຕ້ອນຮັບ (01 ຕຳແໜ່ງ)
6. ທີ່ປຶກສາ ການຂາຍ (03 ຕຳແໜ່ງ)
7. ທີ່ປຶກສາ ບໍລິການຫຼັງການຂາຍ (01 ຕຳແໜ່ງ)
8. ພະນັກງານ ສາງອາໄຫຼ່ (01 ຕຳແໜ່ງ)
9. ຊ່າງສ້ອມແປງລົດໃຫຍ່ (03 ຕຳແໜ່ງ)

🎓 ນັກສຶກສາຈົບໃຫມ່ກໍສາມາດສະໝັກໄດ້! ພວກເຮົາມີທີມງານຄອຍສອນວຽກໃຫ້.
🎁 ສະຫວັດດີການດີໆຈາກທາງບໍລິສັດ:
ມິວັນພັກປະຈຳປີ / ວັນພັກເຈັບປ່ວຍ / ວັນພັກກິດທຸລະສ່ວນຕົວ
ມີປະກັນສັງຄົມ
ມີເຄື່ອງຢູນີຟອມ
ມີເງິນເບ້ຍລ້ຽງອອກວຽກຕ່າງແຂວງ ແລະ ຕ່າງປະເທດ
ມີເງິນອຸດໜູນ ເຈັບປ່ວຍ, ແຕ່ງງານ, ເກີດລູກ, ແລະ ຄອບຄົວເສຍຊີວິດ

ສົນໃຈສະໝັກ ສົ່ງ CV ມາໄດ້ທີ່: 📞 ໂທ / WhatsApp: 020 5871 6821
📍ຖະໜົນທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດກັບບ່ອນອອກຫວຍ ເປີດບໍລິການ ວັນຈັນ - ເສົາ ເວລາ 8:30 - 17:30

ບໍລິສັດ ມະນີຍົມ ໂອໂຕ ກຣຸບ (MANIGNOM AUTO GROUP) ເປີດຮັບສະໝັກເພື່ອນຮ່ວມງານໃໝ່ ດັ່ງນີ້:📌 ຕຳແໜ່ງທີ່ເປີດຮັບສະໝັກ:1. ຜູ້ຈັດກາ...
21/05/2026

ບໍລິສັດ ມະນີຍົມ ໂອໂຕ ກຣຸບ (MANIGNOM AUTO GROUP)
ເປີດຮັບສະໝັກເພື່ອນຮ່ວມງານໃໝ່ ດັ່ງນີ້:

📌 ຕຳແໜ່ງທີ່ເປີດຮັບສະໝັກ:
1. ຜູ້ຈັດການ ສາຂາ ມະນີຍົມ ສະຫວັນນະເຂດ ( 1 ຕຳແໜ່ງ)
2. ຜູ້ຈັດການ ສາຂາ ມະນີຍົມ ປາກເຊ ( 1 ຕຳແໜ່ງ)
3. ຜູ້ຊ່ວຍຜູ້ຈັດການພະແນກ ບໍລິການຫຼັງການຂາຍ ( 1 ຕຳແໜ່ງ)
4. Video & Graphic Designer ( 2 ຕຳແໜ່ງ)
5. ທີ່ປຶກສາການຂາຍ ( 2 ຕຳແໜ່ງ)
6. Sales Admin ( 1 ຕຳແໜ່ງ)
7. Marketing Admin ( 1 ຕຳແໜ່ງ)
8. ພະນັກງານ ທວງໜີ້ ( 1 ຕຳແໜ່ງ)
9. ທີ່ປຶກສາບໍລິການຫຼັງການຂາຍ ( 2 ຕຳແໜ່ງ)
10. ພະນັກງານ ສາງອາໄຫຼ່ ( 1 ຕຳແໜ່ງ)
11. ຊ່າງສ້ອມແປງ ລົດໃຫຍ່ ( 3 ຕຳແໜ່ງ)
12. ພະນັກງານ ລ້າງລົດ ( 2 ຕຳແໜ່ງ)
13. ແມ່ບ້ານ ( 2 ຕຳແໜ່ງ)

📍ທີ່ຢູ່ ຖະໜົນທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດກັບບ່ອນອອກຫວຍ ເປີດບໍລິການ ວັນຈັນ - ເສົາ ເວລາ 8:30 - 17:30
📞 ສົນໃຈສະໝັກ: ສົ່ງ CV ຂອງທ່ານມາໄດ້ທີ່ເບີ WhatsApp: 020 5871 6821
#ຮັບສະໝັກພະນັກງານ #ຊອກວຽກ

ສປປ ລາວ ຊຸກຍູ້ແຮງຍຸດທະສາດພະລັງງານສີຂຽວ ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍຂອບການຮ່ວມມື ການນຳໃຊ້ຍານພາຫະນະໄຟຟ້າ (EV) ໃນຂອບເຂດທ...
21/04/2026

ສປປ ລາວ ຊຸກຍູ້ແຮງຍຸດທະສາດພະລັງງານສີຂຽວ ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍຂອບການຮ່ວມມື ການນຳໃຊ້ຍານພາຫະນະໄຟຟ້າ (EV) ໃນຂອບເຂດທົ່ວປະເທດ, ເພື່ອແກ້ໄຂບັນຫາຜົນກະທົບຈາກລາຄານ້ຳມັນເຊື້ອໄຟ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 40/ນຍ ລົງວັນທີ 13 ມີນາ 2026
ສະພາບການຂອງໂລກໃນປັດຈຸບັນ ໄດ້ເຮັດໃຫ້ເກີດວິກິດການນ້ຳມັນເຊື້ອໄຟ ເວົ້າສະເພາະການຕອບສະໜອງນ້ຳມັນກໍຄື ລາຄາແມ່ນມີການເໜັງຕີງແຮງ ຈຶ່ງກະທົບໂດຍກົງຕໍ່ເສດຖະກິດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ເພື່ອຮັບມືກັບຄວາມຫຍຸ້ງຍາກດັ່ງກ່າວ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ອອກຄຳສັ່ງສະບັບ ເລກທີ 40/ນຍ ລົງວັນທີ 13 ມີນາ 2026. ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ; ລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ເປັນເຈົ້າການປະສານສົມທົບກັບອົງການຈັດຕັ້ງຂອງລັດ ແລະ ທຸລະກິດພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມການນຳໃຊ້ລົດບັນທຸກໄຟຟ້າ ເຊິ່ງເປັນການນຳໃຊ້ຊັບພະຍາກອນໄຟຟ້າທີ່ປະເທດເຮົາມີຢູ່ແລ້ວ ແລະ ຫຼຸດຜ່ອນການນຳໃຊ້ນ້ຳມັນເຊື້ອໄຟ. ສະນັ້ນ, ໃນວັນທີ 8 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ຂອບການຮ່ວມມື ການນຳໃຊ້ຍານພາຫະນະໄຟຟ້າ ໃນຂອບເຂດທົ່ວປະເທດ.
ເຂົ້າຮ່ວມລົງນາມໃນບົດບັນທຶກດັ່ງກ່າວມີ 27 ພາກສ່ວນ ນຳໜ້າໂດຍ ລັດວິສະຫະກິດໄຟຟ້າລາວແລະ ມີບັນດາທຸລະກິດ ພາກລັດ ແລະ ເອກະຊົນ ດັ່ງລຸ່ມນີ້ເຂົ້າຮ່ວມ: ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ; ບໍລິສັດ JAC ຈຳກັດ, ບໍລິສັດ ຊີເຄ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ; SHAANXI HEAVY DUTY AUTOMOBILE IMPORT AND EXPORT CO., LTD; ບໍລິສັດ ມະນີຍົມ ໂອໂຕກຣູບ ຈຳກັດ; ບໍລີສັດ ພິງ ອານ ອີວີ ຈຳກັດຜູ້ດຽວ, HONGXIN IMPORT-EXPORT SOLE CO., LTD; ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ; ບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ; ບໍລິສັດ ເອັສຕຣີມ ລາວ ອີວີ ຈຳກັດ (MEV); ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ (BlueDOT); ບໍລິສັດ ຊ້າວອີສ ເອເຊຍ ທາວເວີ ຈໍາກັດ; ບໍລິສັດ ເບຍລາວ ຈຳກັດ; ບໍລິສັດ ໄປສະນີລາວ ຈຳກັດ; ບໍລິສັດ ຂົນສົ່ງສາກົນ ຈຳກັດ; ບໍລິສັດ ໂສພາຂົນສົ່ງສິນຄ້າ ຈຳກັດ; ບໍລິສັດ ລໍດວງຄໍາ ຂົນສົ່ງ ຈໍາກັດ; ບໍລິສັດ ບຸນລໍ້າ ຂົນສົ່ງ ຈໍາກັດຜູ້ດຽວ; ບໍລິສັດ ຈັນສີ ບໍລິການຂົນສົ່ງ ຈໍາກັດຜູ້ດຽວ; ບໍລິສັດ ພັດທະພົງ ຂົນສົ່ງ ຈຳກັດ; ບໍລິສັດ ລາວຮຸ່ງເຮືອງການຄ້າ ແລະ ອະສັງຫາລິມະຊັບ ຈຳກັດ; ບໍລິສັດ ວິລະບູລີພັດທະນາ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ; ບໍລິສັດ ອິນທຣາ ໂຄໂປເຣຊັນ ຈຳກັດຜູ້ດຽວ; ບໍລິສັດ ເອັກຊິມ ໂລຈິດສຕິກແອນເຊີວິສ; ທະນາຄານການຄ້າຕ່າງປະເທດລາວ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ.
ລັດວິສາຫະກິດໄຟຟ້າລາວ ແລະ ຄູ່ຮ່ວມມື ເຫັນໄດ້ຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຂອງການນຳໃຊ້ລົດບັນທຸກໄຟຟ້າເຊັ່ນ: ສະພາບຫົນທາງ ແລະ ພູມີສາດຂອງ ສປປ ລາວທີ່ເປັນພູຜາ, ລົດບັນທຸກໄຟຟ້າ ທີ່ຖືກນໍາໃຊ້ຈຶ່ງສາມາດແລ່ນໄດ້ພຽງ 100-150 ກິໂລແມັດ ເທົ່ານັ້ນ ທຽບໃສ່ລົດໃຊ້ນ້ຳມັນທີ່ສາມາດແລ່ນໄດ້ 500-600 ກິໂລແມັດ. ສະນັ້ນ, ການນຳໃຊ້ລົດບັນທຸກໄຟຟ້າໃນເງື່ອນໄຂດັ່ງກ່າວຈຶ່ງບໍ່ກຸ້ມຄ່າສໍາລັບບໍລິສັດຂົນສົ່ງ; ນອກນັ້ນ, ປະເທດເຮົາ ຍັງບໍ່ທັນມີສະຖານີສາກໄຟຟ້າ ແຍກສະເພາະສຳລັບລົດບັນທຸກ, ພ້ອມດຽວກັນນີ້ ໄຟຟ້າທີ່ຕ້ອງໄດ້ນຳໃຊ້ເຂົ້າໃນການສາກລົດບັນທຸກ ແມ່ນຕ້ອງມີກຳລັງແຮງສູງ ຫຼື ຈໍາເປັນຕ້ອງນໍາໃຊ້ການປ່ຽນແບັດເຕີຣີ (Swap technology) ເພື່ອບໍ່ເສຍເວລາ, ແຕ່ປັດຈຸບັນຍັງບໍ່ທັນມີໂຄງລ່າງດັ່ງກ່າວ. ຍິ່ງໄປກວ່ານັ້ນ, ການລົງທຶນໃສ່ລົດບັນທຸກໄຟຟ້າ ຖືວ່າສູງກວ່າຕົ້ນທຶນຂອງລົດບັນທຸກທີ່ໃຊ້ນ້ຳມັນກວ່າ 2 ເທົ່າ ເຖິງແມ່ນວ່າ, ໃນໄລຍະກາງ ແລະ ໄລຍະຍາວ ມູນຄ່າສະເລ່ຍຈະຖືກກວ່າຕົ້ນທຶນການນຳໃຊ້ລົດນ້ຳມັນກໍຕາມ. ສະນັ້ນ, ຈຶ່ງເຮັດໃຫ້ພາກທຸລະກິດໂດຍສະເພາະແມ່ນພາກການຂົນສົ່ງ ບໍ່ສາມາດຫັນມານໍາໃຊ້ລົດບັນທຸກໄຟຟ້າໄດ້ທັນທີ. ໂຄງປະກອບຂອງຄູ່ຮ່ວມມືໃນບົດບັນທຶກສະບັບນີ້ແມ່ນ ສ່ອງແສງໃຫ້ເຫັນຈຸດສຸມໃນການແກ້ໄຂຂໍ້ຈຳກັດດັ່ງກ່າວ, ໂດຍໄດ້ແບ່ງເປັນ 4 ກຸ່ມ: ກຸ່ມຜູ້ສະໜອງພາຫະນະຂົນສົ່ງໄຟຟ້າ, ກຸ່ມຜູ້ຮັບຜິດຊອບໂຄງລ່າງພື້ນຖານໃນການສາກໄຟລົດ, ກຸ່ມຜູ້ຊົມໃຊ້ລົດ ແລະ ກຸ່ມຜູ້ສະໜອງທຶນ, ເຊິ່ງຈະຮ່ວມກັນຈັດຕັ້ງປະຕິບັດຫຼາຍວຽກງານຈຸດສຸມ ໂດຍສຸມໃສ່ການສ້າງສະຖານີບໍລິການສາກໄຟຟ້າ/ການສະຫຼັບປ່ຽນແບັດເຕີຣີ, ການພັດທະນາລະບົບແອັບລວມສູນເພື່ອໃຊ້ໃນການຕິດຕາມການສາກໄຟຟ້າ/ການສະຫຼັບປ່ຽນແບັດເຕີຣີ, ການຈອງຄິວລ່ວງໜ້າ, ແລະ ບັນດາທະນາຄານທີ່ເຂົ້າຮ່ວມຈະຄົ້ນຄວ້າອອກແບບຜະລິດຕະພັນສິນເຊື່ອ ເພື່ອສະໜັບສະໜູນການນຳໃຊ້ລົດຂົນສົ່ງໄຟຟ້າ. ສ່ວນກະຊວງອຸດສະຫະກຳ ແລະ ການຄ້າ ຈະຄົ້ນຄວ້າ ແລະ ປັບປຸງນະໂຍບາຍຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ແນໃສ່ບັນລຸເປົ້າໝາຍການຫັນໄປສູ່ການນຳໃຊ້ພະລັງງານສີຂຽວ ແລະ ເຕັກໂນໂລຊີດີຈີຕອນເຂົ້າໃນການບໍລິຫານຈັດການພະລັງງານ ແລະ ລະບົບການຂົນສົ່ງໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບສູງ.
ໃນພິທີທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກ່າວໃນບາງຕອນວ່າ: ລັດວິສາຫະກິດໄຟຟ້າລາວ ສົມທົບກັບ ພາກທຸລະກິດທີ່ໄດ້ກ່າວມາຂ້າງເທິງ, ເຊື່ອວ່າ ພວກເຮົາຈະເປັນກຳລັງແຮງສຳຄັນທີ່ຊຸກຍູ້ໃຫ້ປະເທດລາວ ສາມາດນຳໃຊ້ລົດບັນທຸກໄຟຟ້າ ຫຼາຍຂຶ້ນກວ່າເກົ່າ. ສິ່ງສໍາຄັນທີ່ສຸດແມ່ນສະເໜີມາຍັງລັດຖະບານສືບຕໍ່ຊີ້ນຳ ແລະ ແລກປ່ຽນກັບບັນດາຜູ້ປະກອບການ ເພື່ອມີນະໂຍບາຍ ແລະ ມາດຕະການທີ່ເໝາະສົມໃນການຫັນໄປສູ່ການນຳໃຊ້ລົດບັນທຸກໄຟຟ້າ. ແນ່ນອນການຮ່ວມມືຄັ້ງນີ້ ພວກເຮົາເອງກໍຍັງເປີດກວ້າງ ແລະ ຜັກດັນໃຫ້ຄູ່ຮ່ວມທຸລະກິດເຂົ້າຮ່ວມ ໃນການຊ່ວຍກັນທັງພາກລັດຖະບານ ແລະ ພາກທຸລະກິດເພື່ອສົ່ງເສີມການນຳໃຊ້ລົດບັນທຸກໄຟຟ້າ. ທັງນີ້, ກໍແມ່ນເພື່ອເຮັດໃຫ້ເສດຖະກິດຂອງ ປະເທດ ມີຄວາມຍືນຍົງ, ມີການຂະຫຍາຍຕົວ ແລະ ມີທ່າແຮງໃນການແຂ່ງຂັນໃນພາກພື້ນໃຫ້ຫຼາຍຂື້ນກວ່າເກົ່າ.
ໂອກາດດັ່ງກ່າວທ່ານ ມະໄລທອງ ກົມມະສິດ ໄດ້ມີຄໍາເຫັນວ່າ: ແຜນໂຄງການດັ່ງກ່າວນີ້ ນອກຈາກຈະແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ແລະ ປະຢັດການໄຫຼອອກຂອງເງິນຕາຕ່າງປະເທດແລ້ວ ຍັງເປັນການຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ ໂດຍການຫຼຸດການປ່ອຍກາຊ CO₂ ແລະ ມົນລະພິດ ຈາກການຂົນສົ່ງ; ປັບປຸງການຂົນສົ່ງໃຫ້ມີປະສິດທິພາບ ໂດຍການນຳເຕັກໂນໂລຊີດິຈິຕອນ ເຂົ້າໃນການຕິດຕາມການນຳໃຊ້ພະລັງງານ ເຊັ່ນ: ການບໍລິຫານ-ວາງແຜນເສັ້ນທາງ ແລະ ການຈັດການບໍລິຫານພະລັງງານ, ເຮັດໃຫ້ມີການຫຼຸດຜ່ອນການນໍາເຂົ້າ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດໃນໄລຍະຍາວ ໂດຍສະເພາະຕົ້ນທຶນຄ່ານ້ຳມັນເຊື້ອໄຟ ແລະ ຄ່າບໍາລຸງຮັກສາ ທັງເປັນການສ້າງມາດຕະຖານໃໝ່ ໃນອຸດສາຫະກຳຂົນສົ່ງ ຂອງ ສປປ ລາວ ໃຫ້ກ້າວທັນກັບພາກພື້ນ. ນອກຈາກນີ້ ລັດວິສາຫະກິດໄຟຟ້າລາວຕ້ອງຄົ້ນຄວ້າສົ່ງເສີມການນຳໃຊ້ພະລັງງານລົມ ແລະ ພະລັງງານແສງອາທິດໃຫ້ຫຼາຍຂຶ້ນ.
ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຢ່າງພ້ອມພຽງຈາກບັນດາການນຳລະດັບສູງ ແລະ ພາກສ່ວນທຸລະກິດມີ: ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຜູ້ບໍລິຫານຈາກບໍລິສັດຄູ່ຮ່ວມມືທຸລະກິດ ທີ່ຮ່ວມລົງນາມຄັ້ງນີ້.

ກ້າວຂ້າມວິກິດນ້ຳແພງ ແລະ ຫາຢາກໄປນຳກັນ ກັບລົດໄຟຟ້າ 100% Volkswagen ID.4 550kmມີລົດພ້ອມອອກເລີຍ ທີ່ມະນີຍົມ ທົ່ງຂັນຄຳ☎️ສອບຖາມ...
19/03/2026

ກ້າວຂ້າມວິກິດນ້ຳແພງ ແລະ ຫາຢາກໄປນຳກັນ ກັບ
ລົດໄຟຟ້າ 100% Volkswagen ID.4 550km
ມີລົດພ້ອມອອກເລີຍ ທີ່ມະນີຍົມ ທົ່ງຂັນຄຳ
☎️ສອບຖາມຂໍ້ມູນໂທເລີຍ 020 7774 3333
📲ຕິດຕໍ່ທາງແອັບກົດລີ້ງລຸ່ມນີ້ເລີຍ ເພື່ອເບີ່ງຮູບລົດໂຕຈິງ
https://wa.me/856207774333
ຫຼື ຫ້ອງຂາຍຕັ້ງຢູ່ ຖະໜົນທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດກັບບ່ອນອອກຫວຍ ເປີດບໍລິການ ວັນຈັນ-ເສົາ ເວລາ 8:30 - 17:30
ລີ້ງແຜນທີ່ສູນມະນີຍົມລົດຫຼູ
https://goo.gl/maps/nXjTovdcDcmeXyvR6

ກ້າວຂ້າມວິກິດນ້ຳແພງ ແລະ ຫາຢາກໄປນຳກັນ ກັບ🆕Honda E:NS1 ລົດໄຟຟ້າ 100 % ສາກ 1 ຄັ້ງແລ່ນໄດ້ 510 kmມີລົດພ້ອມມອບສົ່ງເລີຍ ທີ່ສູນມ...
19/03/2026

ກ້າວຂ້າມວິກິດນ້ຳແພງ ແລະ ຫາຢາກໄປນຳກັນ ກັບ
🆕Honda E:NS1 ລົດໄຟຟ້າ 100 % ສາກ 1 ຄັ້ງແລ່ນໄດ້ 510 km
ມີລົດພ້ອມມອບສົ່ງເລີຍ ທີ່ສູນມະນີຍົມ ໂອໂຕ ກຣຸບ ທົ່ງຂັນຄຳ
specification:
✔ໄລຍະທາງ 510 km / ການສາກໜື່ງຄັ້ງ
✔ຂະໜາດແບັດເຕີລີ້ 68.8 kWh
✔ ກ້ອງມູມມອງ 360 ອົງສາ
✔ ໜ້າຈໍສຳພັດ Smart LED 15.1 ນີ້ວ ຮອງຮັບ Apple Carplay ແລະ Android Auto
ສຳລັບລາຍລະອຽດ ແລະ ສະເປັກລົດແບບລະອຽດອສອບຖາມໄດ້ເລີຍ
☎️ໂທ 020 7774 3333
--------------------------------------------
📲ຕິດຕໍ່ທາງແອັບກົດລີ້ງລຸ່ມນີ້ເລີຍ ເພື່ອເບີ່ງຮູບລົດໂຕຈິງ
https://wa.me/856207774333
ຫຼື ຫ້ອງຂາຍຕັ້ງຢູ່ ຖະໜົນທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕິດກັບບ່ອນອອກຫວຍ ເປີດບໍລິການ ວັນຈັນ-ເສົາ ເວລາ 8:30 - 17:30
ລີ້ງແຜນທີ່ສູນມະນີຍົມລົດຫຼູ
https://goo.gl/maps/nXjTovdcDcmeXyvR6

16/12/2025

🤩 ຂອບໃຈລູກຄ້າຜູ້ໄດ້ຮັບ iPhone ຈາກ Vientiane International Auto Show 📱

ທ່ານໃດທີ່ພາດ ພົບກັບ Manignom Auto Group ຕໍ່ໄດ້ທີ່ ງານ Money Lao Expo ຕອນນີ້ເລີຍ! 💰

* ໂອກາດສຸດທ້າຍ: ງານໝົດມື້ທີ 21 ທັນວານີ້!
#ຜູ້ຊະນະ #ວຽງຈັນ #ໂອກາດສຸດທ້າຍ

ພິທີເຊັນສັນຍາຮ່ວມມືລະຫວ່າງ Manignom Auto Group ແລະ ADSS Auto Sole Co., Ltd.1 ທັນວາ 2025 | ໂຮງແຮມ Eastin ວຽງຈັນManignom A...
03/12/2025

ພິທີເຊັນສັນຍາຮ່ວມມືລະຫວ່າງ Manignom Auto Group ແລະ ADSS Auto Sole Co., Ltd.

1 ທັນວາ 2025 | ໂຮງແຮມ Eastin ວຽງຈັນ
Manignom Auto Group ແລະ ADSS Auto Sole Co., Ltd. ໄດ້ຈັດພິທີເຊັນສັນຍາຮ່ວມມືຢ່າງເປັນທາງການ ໃນວັນທີ 1 ທັນວາ 2025 ທີ່ໂຮງແຮມ Eastin ນະຄອນວຽງຈັນ.

ພິທີດັ່ງກ່າວມີຜູ້ບໍລິຫານ ແລະ ຜູ້ແທນຈາກທັງສອງບໍລິສັດເຂົ້າຮ່ວມ.

ການຮ່ວມມືນີ້ມຸ່ງເນັ້ນເສີມສ້າງການຈັດຈຳໜ່າຍລົດ, ພັດທະນາການບໍລິການ ແລະ ຂະຫຍາຍຕະຫຼາດຢ່າງມີປະສິດທິຜົນໃນ ສປປ ລາວ.

ທັງສອງຝ່າຍຍັງຢ້ຳເຖິງຄວາມມຸ່ງໝັ້ນໃນການຍົກລະດັບຄຸນນະພາບຜະລິດຕະພັນ ແລະ ການບໍລິການລູກຄ້າ.

ຊຶ່ງທັງສອງບໍລິສັດຄາດຫວັງວ່າການຮ່ວມມືນີ້ຈະນຳໄປສູ່ໂອກາດທາງທຸລະກິດໃໝ່ໆ ແລະ ການພັດທະນາຮ່ວມກັນໃນອະນາຄົດ.

Contract Signing Ceremony Between Manignom Auto Group and ADSS Auto Sole Co., Ltd.
1 December 2025 | Eastin Hotel Vientiane
Manignom Auto Group and ADSS Auto Sole Co., Ltd. signed a strategic partnership agreement on 1 December 2025 at Eastin Hotel Vientiane.

The ceremony was attended by executives and stakeholders from both companies.

The partnership aims to strengthen automotive distribution, enhance service capacity, and support market expansion in Lao PDR.

Representatives from both sides emphasized their commitment to delivering higher-quality products and improved customer service.

Both companies look forward to advancing joint business opportunities through this collaboration.

Address

Manignom Auto Group Co. , LTD
Vientiane

Opening Hours

Monday 08:30 - 17:30
Tuesday 08:30 - 18:00
Wednesday 08:30 - 18:00
Thursday 08:30 - 18:00
Friday 08:30 - 18:00
Saturday 08:30 - 17:30

Telephone

+8562077743333

Alerts

Be the first to know and let us send you an email when Manignom Premium Cars posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share